06/06/2026
ປະກາດຮັບສະໝັກພະນັກງານ
📍 ສະຖານທີ່ເຮັດວຽກ: ຕະຫຼາດຊັງຈຽງ ວຽງຈັນ, ຫ້ອງ B2071
💰 ເງິນເດືອນ: 5,000,000 ກີບ ຂຶ້ນໄປ + ໂບນັດ (ສົນທະນາຕົວຈິງ)
🎁 ສະຫວັດດີການ: ເງິນເດືອນພື້ນຖານ + ຄອມມິດຊັ່ນການຂາຍ + ມີການຝຶກອົບຮົມວຽກໃຫ້.
⏰ ເວລາເຮັດວຽກ: 08:00 – 17:30 (ຈັນ - ເສົາ), ພັກຜ່ອນວັນອາທິດ ແລະ ວັນພັກທາງລັດຖະການ.
ຕຳແໜ່ງທີ່ຮັບສະໝັກ:
1. ພະນັກງານຂາຍ (ເພດຍິງ 1 ທ່ານ) 👩
• ອາຍຸ 20–35 ປີ, ເປັນຄົນຄ່ອງແຄ້ວ, ມັກຮຽນຮູ້ສິ່ງໃໝ່ໆ.
• ສາມາດນຳໃຊ້ຄອມພິວເຕີພື້ນຖານໄດ້.
• ໜ້າທີ່: ອອກບິນຄອມພິວເຕີ, ຂາຍເຄື່ອງໜ້າຮ້ານ ແລະ ອອນລາຍ.
2. ຜູ້ຊ່ວຍທົ່ວໄປ (ເພດຊາຍ 1 ທ່ານ) 👨
• ອາຍຸ 20–35 ປີ, ຮ່າງກາຍແຂງແຮງ, ຂະຫຍັນເຮັດວຽກ.
• ຖ້າມີໃບຂັບຂີ່ ແລະ ຂັບລົດເປັນ ຈະພິຈາລະນາເປັນພິເສດ.
• ໜ້າທີ່: ຊ່ວຍວຽກຂາຍ, ຈັດເຄື່ອງ, ສົ່ງເຄື່ອງໃຫ້ລູກຄ້າ.
3. ຜູ້ຊ່ວຍເຕັກນິກຕິດຕັ້ງ (ເພດຊາຍ 1 ທ່ານ) 👨
• ອາຍຸ 20–35 ປີ, ແຂງແຮງ, ສາມາດເຮັດວຽກຢູ່ບ່ອນສູງໄດ້.
• ສາມາດນຳໃຊ້ຄອມພິວເຕີພື້ນຖານໄດ້.
• ໜ້າທີ່: ຕິດຕັ້ງລະບົບເນັດເວີກ ແລະ ກ້ອງວົງຈອນປິດ, ໃຫ້ຄຳປຶກສາເຕັກນິກ ແລະ ບໍລິການຫຼັງການຂາຍ.
📄 ເອກະສານປະກອບ: ບັດປະຈຳຕົວ/ສຳມະໂນຄົວ, ຊີວະປະຫວັດ (CV), ໃບຢັ້ງຢືນການສຶກສາ.
📍 ຕິດຕໍ່ສອບຖາມ: 📞 020 5820 6688