14/08/2026
⚠️📢 ປະກາດແຈ້ງເຕືອນໄພ ກາລຸນາລະວັງມິດສາຊີບແອບອ້າງຊື່ບໍລິສັດ 📢⚠️
ນະຕອນນີ້ມີກຸ່ມຄົນບໍ່ດີ (ມິດສາຊີບ) ໃດ້ເອົາຊື່ແລະໂລໂກ້ ບໍລິສັດ ໄທເອັສ ໃປແອບອ້າງເພື່ອຫຼອກລວງໃນການເຮັດທຸລະກຳຊວນລົງທຶນ ຫຼື ໂອນເງີນທີ່ບໍ່ຖືກຕ້ອງ ຫຼື ມາໃນຮູບແບບການປ່ອຍກູ້ຢືມເງີນ ໂດຍໄຫ້ສົ່ງເລກບັນຊີ/ເອກະສານຕ່າງໆ ຫລືອາດຮຽກໃຫ້ມີການໂອນຄ່າທຳນຽມກ່ອນ ເຊີ່ງນັ້ນບໍ່ແມ່ນບໍລິສັດໄທເອັສຂອງພວກເຮົາ ກະລຸນາຢ່າຫລົງເຊື່ອ ໂອນເງີນຫລື ໃຫ້ຂໍ້ມູນສ່ວນຕົວໃດໆເດັດຂາດ
*️⃣ ເພື່ອຄວາມປອດໄພ ກະລູນາປະຕິບັດດັ່ງນີ້:
- ຫ້າມໂອນເງີນເຂົ້າບັນຊີບຸກຄົນທົ່ວໃປໂດຍເດັດຂາດ ບໍລິສັດໄທເອັສຮັບຊຳລະຜ່ານບັນຊີບໍລິສັດເທົ່ານັ້ນ
- ຫ້າມເປີດເຜີຍຂໍ້ມູນສ່ວນໂຕຫຼືຂໍ້ມູນທາງການເງີນແກ່ຜູ້ທີ່ແອບອ້າງຕິດຕໍ່ມາ
-ກວດສອບທຸກຄັ້ງຜ່ານຊ່ອງທາງຕິດຕໍ່ຢ່າງເປັນທາງການຂອງບໍລິສັດເທົ່ານັ້ນ
➡️ ບໍລິສັດໄທເອັສເປັນບໍລິສັດເຊົ່າສິນເຊື່ອຖືກຕ້ອງຕາມກົດໝາຍ ໃຫ້ບໍລິການຜ່ອນສິນຄ້າ ແລະ ບໍ່ມີນະໂຍບາຍການປ່ອຍເງີນກູ້ທາງແຊັດໃດໆ
➡️ຫາກພົບເຫັນເບາະແສຫຼືມີຂໍ້ສົງໃສກາລຸນາແຈ້ງເຮົາໂດຍຕົງ ຂໍຂອບໃຈ
*️⃣ບໍລິສັດ ໄທເອັສ ເຊົ່າສີນເຊື່ອ (ລາວ) ຈຳກັດ ມີສຳນັກງານຢູ່ບ້ານວັດໄຕນ້ອຍ ຕຶກຊັ່ງຈຽງ ເບີໂທ 021-256400